2021年2月15日,老挝万象市孟哈赛风县1191警察特闲接到 举报 有泰国返回老挝的老公偷渡入境,一位35岁泰国返回的老挝籍劳务,在2021年2月10日用3000泰铢买通泰国司机,通过友谊大桥一桥返回老挝,同时还抱着1岁5个月的孩子,回来以后就回家一直呆到2021年2月15日,直到13:40份被警察找到,后已经安排到27公里隔离中心隔离。
2021年2月15日,老挝卫生部消息,新增确诊0人,累计确诊45人,治愈41人,正在治疗4人。
ສາວລາວຫອບລູກຂຶ້ນລົດພວງ! ຂ້າມມາແຕ່ປະເທດໄທແບບຜິດກົດໝາຍ
ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ໃນວັນທີ 15 ກຸມພາ 2021 ເຈົ້າໜ້າທີ່ 1191 ປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າມີແຮງງານລາວລັກລອບຂ້າມມາແຕ່ໄທ ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ລົງກວດກາເກັບກຳຂໍ້ມູນຮູ້ໄດ້ວ່າ: ນາງ ວຽງທອງ ອາຍຸ 35 ປີ ບ້ານ ດອນຂາຊ້າຍ ເມືອງຫາດຊາຍຟອງ ໂດຍໃນວັນທີ 10 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຈ້າງໂຊເຟີລົດພວງຂອງຄົນໄທ ຈຳນວນເງິນໄທ 3000 ບາດ ລັກຂ້າມມາທາງຂົວມິດຕະພາບລາວ-ໄທ I ພ້ອມດ້ວຍລູກນ້ອຍ ອາຍຸ 1 ປີກັບ 5 ເດືອນ ເມື່ອລັກຂ້າມມາແຕ່ປະເທດໄທແລ້ວຜູ້ກ່ຽວໄດ້ມາພັກຢູ່ເຮືອນຜູ້ກ່ຽວເອງ ມາຮອດວັນທີ່ 15 ກຸມພາ 2021 ເວລາ 13:40 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກວດກາ ແລະ ກັກຕົວນຳສົ່ງສູນກັກກັນຫຼັກ 27 ພ້ອມທັງໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.