2021年2月16日,乌多姆赛省省长进行了新旧任的交接。依据老挝党中央政治局的决议,原老挝党中央委员 乌多姆赛省省长兼党委书记 康潘 佩亚翁 到 到中央宣传部任职,本空 腊见鹏 同志出任乌多姆赛省省长简直党委书记。
16 ກຸມພາ 2021 ຢູ່ທີ່ຫ້ອງ ວ່າການປົກຄອງແຂວງ ອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ເລຂາພັກແຂວງ-ເຈົ້າແຂວງອຸດົມໄຊ ລະຫວ່າງ ຜູ້ເກົ່າ-ຜູ້ໃຫ່ມ ຂື້ນ ໂດຍປະຕິບັດຄຳສັ່ງ ຂອງກົມການເມືອງສູນກາາງພັກ ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງ ໄປຮັບໜ້າທີ່ໃຫ່ມ ກົມການເມືອງສູນກາງພັກ ອອກຄຳສັ່ງ ຍົກຍ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ,ເລຂາຄະນະບໍລິຫານພັກແຂວງ ອຸດົມໄຊຜູ້ເກົ່າ ໄປຮັບໜ້າທີ່ໃຫ່ມຢູ່ ຄະນະໂຄສະນາອົບຮົມສູນກາງພັກ ແລະ ປະຕິບັດມະຕິຕົກລົງ ຂອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊ ກົມການເມືອງສູນກາງພັກ ຕົກລົງ ແຕ່ງຕັ້ງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ,ເປັນເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊຜູ້ໃຫ່ມ ພ້ອມທັງເປັນຜູ້ຮັກສາການເຈົ້າແຂວງໆອຸດົມໄຊ ຕາມດຳລັດວ່າດ້ວຍການແຕ່ງຕັ້ງຂອງນາຍົກລັດຖະມົນຕີ